วันพฤหัสบดีที่ 13 พฤษภาคม พ.ศ. 2564

ໂປດຈົ່ງປະຕິບັດຕາມຫມໍສັ່ງ

ໂປດຈົ່ງປະຕິບັດຕາມຫມໍສັ່ງ
ພວກເຮົາຂໍຄວາມຮ່ວມມືກັບທຸກຄົນທີ່ໄດ້ໄປກວດ ຫຼື ກຳລັງຈະໄປກວດຫາເຊື້ອພະຍາດໂຄວິດ-19 ດັ່ງນີ້:
• ໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນຕໍ່ເຈົ້າໜ້າທີ່
• ຖືເອກະສານຢັ້ງຢືນຕົນເອງເຊັ່ນ: ສຳເນົາບັດປະຈຳຕົວ, ສຳມະໂນຄົວ ຫຼື ໜັງສືເດີນທາງ
• ໃຫ້ຂໍ້ມູນການເຄື່ອນໄຫວຂອງທ່ານໃນໄລຍະຜ່ານມາ
• ເມື່ອທ່ານໄດ້ກວດຫາເຊື້ອພະຍາດໂຄວິດ-19 ແລ້ວ ໃຫ້ທ່ານກັບທີ່ພັກທັນທີ ແລະ ແຍກຕົນເອງອອກຈາກຄົນອື່ນ
• ບໍ່ວ່າຜົນກວດຈະເປັນແນວໃດກໍຕາມ ທ່ານຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ, ນັບຈາກມື້ທີ່ໄດ້ໄປກວດຫາເຊື້ອ
• ປ້ອງກັນໂຕເອງຢ່າງເຂັ້ມງວດເພື່ອບໍ່ໃຫ້ຜູ້ອື່ນໆສ່ຽງທີ່ຈະຕິດເຊື້ອຈາກທ່ານ
• ບໍ່ອອກໄປນອກທີ່ພັກຂອງທ່ານຢ່າງເດັດຂາດ
• ຕິດຕາມອາການຂອງຕົນເອງທຸກໆມື້, ຖ້າທ່ານຮູ້ສຶກບໍ່ສະບາຍ, ມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈລຳບາກໃນໄລຍະຈຳກັດບໍລິເວນ ໃຫ້ທ່ານຕິດຕໍ່ຫາສາຍດ່ວນ 165, 166 ຫຼື ສາຍດ່ວນຂອງແຂວງທັນທີ

ไม่มีความคิดเห็น:

แสดงความคิดเห็น