วันเสาร์ที่ 8 พฤษภาคม พ.ศ. 2564

ວັກຊີນ Astra Zeneca ແລະ ວັກຊີນ Sinopharm ທີ່ຖືກນໍາໃຊ້ໃນ ສປປ ລາວມີການຮັບຮອງຂຶ້ນທະບຽນ EUL ຈາກ ອົງການອະນາໄມໂລກ (WHO)

ວັກຊີນ Astra Zeneca ແລະ ວັກຊີນ Sinopharm ທີ່ຖືກນໍາໃຊ້ໃນ ສປປ ລາວມີການຮັບຮອງຂຶ້ນທະບຽນ EUL ຈາກ ອົງການອະນາໄມໂລກ (WHO)

ທຸກໆວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ແມ່ນມີຄວາມປອດໄພ ແລະ ປະສິດທິພາບ. ເຊິ່ງກ່ອນທີ່ຈະຖືກນໍາໃຊ້ໃຫ້ບໍລິການແກ່ປະຊາຊົນໃນ ສປປ ລາວ ແມ່ນໄດ້ມີການຜ່ານຂະບວນການອະນຸມັດນໍາໃຊ້ສຸກເສີນ (Emergency Use Authorization - EUA) ຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ

.

     ນອກຈາກ EUA ທີ່ເປັນການຮັບຮອງລະດັບຊາດແລ້ວ ກໍ່ຍັງມີການຮັບຮອງຂຶ້ນທະບຽນ EUL ຈາກ ອົງການອະນາໄມໂລກ (WHO) ເຊິ່ງໃນປັດຈຸບັນ, ວັກຊີນ Astra Zeneca ແລະ ວັກຊີນ Sinopharm ທີ່ຖືກນໍາໃຊ້ໃນ ສປປ ລາວ ກໍ່ລ້ວນແຕ່ໄດ້ຮັບການຂຶ້ນທະບຽນນຳໃຊ້ສຸກເສີນດັ່ງກ່າວ.ການຂຶ້ນທະບຽນນຳໃຊ້ສຸກເສີນ (Emergency Use Listing - EUL) ຂອງ ອົງການອະນາໄມໂລກ ແມ່ນຫຍັງ?EUL ແມ່ນຂະບວນການປະເມີນວັກຊີນວ່າໄດ້ຕອບສະໜອງເງື່ອນໄຂມາດຕະຖານດ້ານຄຸນະພາບ, ຄວາມປອດໄພ ແລະ ປະສິດທິພາບທີ່ຍອມຮັບໄດ້ ຫຼື ບໍ່.
 
    ຂະບວນການຂຶ້ນທະບຽນດັ່ງກ່າວແມ່ນຈະອີງໃສ່ຜົນການຕັດສິນໃຈທີ່ໄດ້ຈາກການປະເມີນຂໍ້ມູນການທົດລອງທາງຄລີນິກ, ຂະບວນການຜະລິດ ແລະ ຂະບວນການຄວບຄຸມຄຸນະພາບ.ໂດຍມີກຸ່ມທີ່ປຶກສາດ້ານວິຊາການ EUL (Technical Advisory Group -TAG) ທີ່ເປັນກຸ່ມຊ່ຽວຊານທີ່ປຶກສາອິດສະຫຼະຈາກທົ່ວໂລກ ມາເຮັດໜ້າທີ່ປະເມີນວັກຊີນດ້ວຍການຊັ່ງຊາດ້ານຜົນປະໂຫຍດທຽບໃສ່ກັບຄວາມສ່ຽງ, ຖ້າເຫັນວ່າຜົນປະໂຫຍດສູງກວ່າຄວາມສ່ຽງ ແລະ ບັນລຸຕາມມາດຕະຖານເງື່ອນໄຂທີ່ກໍານົດໄວ້ທັງໝົດ, ວັກຊີນດັ່ງກ່າວກໍ່ຈະໄດ້ຮັບ EUL.

ຂໍ້ມູນຈາກ:ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health
Cr:https://www.covid19.gov.la/index.php

ไม่มีความคิดเห็น:

แสดงความคิดเห็น